ຄະນະສິ່ງແວດລ້ອມ ຈັດຊຸດຝຶກອົບຮົມຍົກລະດັບທັກສະການຂຽນບົດຄວາມວິທະຍາສາດ ແລະ ຈັນຍາບັນການຄົ້ນຄວ້າ ໃຫ້ນັກສຶກສາຫຼັງປະລິນຍາຕີ
ຄະນະສິ່ງແວດລ້ອມ ຈັດຊຸດຝຶກອົບຮົມຍົກລະດັບທັກສະການຂຽນບົດຄວາມວິທະຍາສາດ ແລະ ຈັນຍາບັນການຄົ້ນຄວ້າ ໃຫ້ນັກສຶກສາຫຼັງປະລິນຍາຕີ ໃນວັນເສົາ, ວັນທີ 14 ມີນາ 2026, ທີ່ຄະນະສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມຝຶກອົບຮົມວິຊາການພິເສດ ໃນຫົວຂໍ້: "ການຕີພິມບົດຄວາມວາລະສານ, ຈັນຍາບັນການຄົ້ນຄວ້າວິທະຍາສາດ ແລະ ການເຜີຍແຜ່" . ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມທັກສະໃຫ້ແກ່ນັກສຶກສາລະດັບ ປະລິນຍາເອກ ແລະ ປະລິນຍາໂທ ຂອງຄະນະສິ່ງແວດລ້ອມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂັ້ນຕອນການຮຽບຮຽງບົດຄວາມວິທະຍາສາດໃຫ້ໄດ້ມາດຕະຖານສາກົນ, ເຕັກນິກການຄັດເລືອກວາລະສານເພື່ອຕີພິມ, ລວມໄປເຖິງການປູກຝັງຈັນຍາບັນໃນການຄົ້ນຄວ້າ ເພື່ອສ້າງສັນຜົນງານວິຊາການທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຫຼັກການ. ໃຫ້ກຽດຂຶ້ນເປັນວິທະຍາກອນບັນຍາຍໂດຍ: ທ່ານ ແກ້ວພູທອນ ຫາທາລົງ , ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງທ່ານໄດ້ນຳເອົາຄວາມຮູ້ ແລະ ປະສົບການຕົວຈິງມາມອບໃຫ້ແກ່ນັກສຶກສາ ບໍ່ວ່າຈະເປັນ: ລະບົບການຈັດການວາລະສານ ແລະ ການ...