ຄະນະກະເສດສາດ ກະກຽມຝຶກອົບຮົມການສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ
ວຽງຈັນ, ວັນທີ 7 ສິງຫາ 2025 – ໃນຄວາມພະຍາຍາມເພື່ອຍົກລະດັບຄຸນນະພາບ ແລະ ການເຂົ້າເຖິງການຄົ້ນຄວ້າວິທະຍາສາດດ້ານກະເສດສາດ, ຄະນະກະເສດສາດ (ຄກສ), ມະຫາວິທະຍາໄລແຫ່ງຊາດ, ຈະຈັດກອງປະຊຸມຝຶກອົບຮົມວິຊາການພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ ແລະ ການສ້າງ E-Journal ໃນວັນທີ 8 ສິງຫາ 2025 ໂດຍການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ) ຢູ່ມະຫາວິທະຍາໄລແຫ່ງຊາດ. ການຝຶກອົບຮົມຄັ້ງນີ້ຈະສຸມໃສ່ການສ້າງຂີດຄວາມສາມາດທີ່ຈຳເປັນໃນການເປີດໂຕ ແລະ ບໍລິຫານຈັດການວາລະສານວິຊາການສະບັບໃໝ່, “ວາລະສານວິທະຍາສາດກະສິກໍາ, ເຕັກໂນໂລຊີ ແລະ ການພັດທະນາ (໋Journal of Agricultural Sciencs, Technology and Development- JASTD)” . ຈຸດປະສົງສຳຄັນຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ວາລະສານດັ່ງກ່າວ ດຳເນີນງານຕາມມາດຕະຖານການຕີພິມລະດັບ ມຊ ແລະ ລະດັບສາກົນຢ່າງເຂັ້ມງວດ. ເນື້ອໃນການຝຶກອົບຮົມຈະກວມເອົາການນຳໃຊ້ ແລະ ການຈັດການລະບົບທີ່ຈຳເປັນ, ລວມທັງການນຳໃຊ້ແພລັດຟອມ Open Journal Systems (OJS) ເຊິ່ງເປັນມາດຕະຖານທີ່ວົງການວິຊາການທົ່ວໂລກໃຫ້ການຍອມຮັບ. ຍິ່ງໄປກວ່ານັ້ນ, ຍັງເປັນການກະກຽມຄວາມພ້ອມໃຫ້ແກ່ຄະນະເຮັດວຽກໃນຂະບວນການຂໍຂຶ້ນທະບຽນ ISSN...