ຄະນະສິ່ງແວດລ້ອມ ຈັດຊຸດຝຶກອົບຮົມຍົກລະດັບທັກສະການຂຽນບົດຄວາມວິທະຍາສາດ ແລະ ຈັນຍາບັນການຄົ້ນຄວ້າ ໃຫ້ນັກສຶກສາຫຼັງປະລິນຍາຕີ
ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມທັກສະໃຫ້ແກ່ນັກສຶກສາລະດັບ ປະລິນຍາເອກ ແລະ ປະລິນຍາໂທ ຂອງຄະນະສິ່ງແວດລ້ອມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂັ້ນຕອນການຮຽບຮຽງບົດຄວາມວິທະຍາສາດໃຫ້ໄດ້ມາດຕະຖານສາກົນ, ເຕັກນິກການຄັດເລືອກວາລະສານເພື່ອຕີພິມ, ລວມໄປເຖິງການປູກຝັງຈັນຍາບັນໃນການຄົ້ນຄວ້າ ເພື່ອສ້າງສັນຜົນງານວິຊາການທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຫຼັກການ.
ໃຫ້ກຽດຂຶ້ນເປັນວິທະຍາກອນບັນຍາຍໂດຍ: ທ່ານ ແກ້ວພູທອນ ຫາທາລົງ, ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງທ່ານໄດ້ນຳເອົາຄວາມຮູ້ ແລະ ປະສົບການຕົວຈິງມາມອບໃຫ້ແກ່ນັກສຶກສາ ບໍ່ວ່າຈະເປັນ:
ລະບົບການຈັດການວາລະສານ ແລະ ການກວດສອບຄຸນນະພາບ (Peer Review).
ຫຼັກການຂຽນບົດຄວາມວິທະຍາສາດໃຫ້ໜ້າສົນໃຈ ແລະ ຖືກຕ້ອງຕາມແບບແຜນ.
ຄວາມສຳຄັນຂອງຈັນຍາບັນ ແລະ ຄວາມໂປ່ງໃສໃນການເຜີຍແຜ່ຜົນງານ.
ໃນການຝຶກອົບຮົມຄັ້ງນີ້ ມີນັກສຶກສາຫຼັງປະລິນຍາຕີເຂົ້າຮ່ວມ ທັງໝົດ 20 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ. ບັນຍາກາດແມ່ນເຕັມໄປດ້ວຍຄວາມຟົດຟື້ນ, ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ສອບຖາມຂໍ້ຂ້ອງໃຈໂດຍກົງກັບວິທະຍາກອນ ເພື່ອເປັນແນວທາງໃນການພັດທະນາບົດວິທະຍານິພົນ ແລະ ບົດຄວາມວິຊາການຂອງຕົນເອງ ໃຫ້ສາມາດຕີພິມໃນລະດັບຊາດ ແລະ ສາກົນໄດ້ຢ່າງມີປະສິດທິພາບ.
ໂດຍ: csjp

