ສູນສົ່ງເສີມວາລະສານວິທະຍາສາດ ມຊ ພົບປະແລກປ່ຽນກັບຄະນະອາຈານ ຈາກມະຫາວິທະຍາໄລສະຫວັນນະເຂດ
ວັນທີ 12 ພະຈິກ 2025 ຜ່ານມາ, ສູນສົ່ງເສີມວາລະສານວິທະຍາທະຍາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ແກ້ວພູທອນ ຫາທາລົງ ຜູ້ອຳນວຍການສູນພ້ອມດ້ວຍຄະນະ ໄດ້ຕ້ອນຮັບການພົບປະແລກປ່ຽນກັບຄະນະອາຈານ ຈາກມະຫາວິທະຍາໄລສະຫວັນນະເຂດ (ມຂ) ນຳໂດຍທ່ານ ປອ. ລັດສະໜີ ພອນໄຊ ຮອງຫົວໜ້າຫ້ອງການຄຸ້ມຄອງວິຊາການ ມຂ ແລະຄະນະອາຈານທີ່ກ່ຽວຂ້ອງທີ່ຫ້ອງປະຊຸມ ສຳນັກງານອະທິການບໍດີ ມຊ.
ໃນໂອກາດນີ້, ທ່ານ ແກ້ວພູທອນ ຫາທາລົງ ກໍໄດ້ນຳສະເໜີພາບລວມຂອງສູນ ໂດຍສະເພາະໂຄງປະກອບວຽກງານ, ໜ່ວຍງານ ແລະການດຳເນີນວຽກງານຂອງສູຸນ. ໃນປັດຈຸບັນ ມຊ ມີວາລະສານທັງໝົດ 15 ວາລະສານຄື:
• ວາລະສານວິທະຍາສາດສັງຄົມ ມຊ -E-Journal
• ວາລະສານວິທະຍາສາດທໍາມະຊາດ ມຊ -E-Journal
• ວາລະສານວິທະຍາສາດສັງຄົມ (ພາສາອັງກິດ) ມຊ -E-Journal
• ວາລະສານວິທະຍາສາດທໍາມະຊາດ (ພາສາອັງກິດ) ມຊ -E-Journal
• ວາລະສານອາຊຽນ (ພາສາອັງກິດ) ມຊ -E-Journal
• ວາລະສານເສດຖະສາດ ແລະ ບໍລິຫານທຸລະກິດ (ພາສາອັງກິດ) ຄສບ -E-Journal
• ວາລະສານວິທະຍາສາດສັງຄົມ (ຄສຄ)
• ວາລະສານ ວິທະຍາສາດສຶກສາສາດ (ຄສສ)
• ວາລະສານວິທະຍາສາດກະສິກໍາ, ເຕັກໂນໂລຊີ ແລະ ການພັດທະນາ (ຄກສ)
• ວາລະສານກົດໝາຍ (ຄນລ) - E-Journal
• ວາລະສານເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ)
• ວາລະສານພາສາ, ວັດທະນະທໍາ ແລະ ສື່ມວນຊົນ (ຄອສ)
• ວາລະສານວິທະຍາສາດ ແລະ ເຕັກໂນໂລຊີ (ຄວທ)
• ວາລະສານສິ່ງແວດລ້ອມ ແລະ ການພັດທະນາ (ຄສວ)
ໂດຍການຄວບຄຸມ ແລະເບິ່ງແຍງ ຂອງສູນສົ່ງເສີມວາລະສານເປັນຫຼັກ ເປັນຈຸດສູນການໃນການເຜີຍແຜ່ຜົນງານການຄົ້ນຄວ້າວິໄຈ ຂອງພະນັກງານ, ຄູ-ອາຈານ ທົ່ວ ມຊ ລວມທັງການກວດແກ້-ຕີພີມ ບົດຈົບຊັ້ນຂອງນັກສຶກສາ ໃນລະປະລິນຍາໂທ ແລະປະລິນຍາເອກ. ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລືກັນເພື່ອຮ່ວມມືໃນອະນາຄົດອີກດ້ວຍ.