Posts

Showing posts from August, 2025

ຄະນະ ກະເສດສາດ, ມຊ ສໍາເລັດການຝຶກອົບຮົມານສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ, ການຂໍໃຫ້ ISSN

Image
  ການຝຶກອົບຮົມານສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ, ການຂໍໃຫ້ ISSN ຄັ້ງວັນທີ 8.8.2025 ທີ່ ມະຫາວິທະຍາໄລແຫ່ງຊາດ   ໃນວັນທີ 8 ສິງຫາ 2025 – ຄະນະກະເສດສາດ (ຄກສ), ມະຫາວິທະຍາໄລແຫ່ງຊາດ ໄດ້ມີ ການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ), ໄດ້ຈັດຝຶກອົບຮົມດ້ານວິຊາການໃນຫົວຂໍ້ “ການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ (E-Journal), ການຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ການເຂົ້າຮ່ວມຂອງນັກສໍາມະນາກອນຈາກ ຄະນະກະເສດສາດ ທີ່ຮັບຜິດຊອບວຽກງານວາລະສານວິທະຍາສາດຂອງຄະນະກະເສດສາດ ໂດຍກົງ,  ນໍາພາໂດຍ  ຮສ ປອ ວຽງສະກຸນ ນາປະເສີດ ຮອງພາກວິຊາລ້ຽງສັດ ແລະ ການປະ ມົງ,  ⁠ຮສ ປອ ມາລາວັນ ຈິດຕະວົງ ຫົວໜ້າພະແນກຫຼັງ ປ.ຕີ  ພ້ອມດ້ວຍວິຊາການຂອງຄະນະກະເສດສາດ, ລ ວມທັງໝົດ 9 ທ່ານ , ຍິງ 3 ທ່ານ, ໂດຍ ຕະຫຼອດເວລາການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ທັງພາກທິດ ສະດີ ແລະ ໄດ້ລົງມືປະຕິບັດຕົວຈິງຢ່າງເຂັ້ມຂຸ້ນ. ພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້  “ການບໍລິຫານວາລະສານວິທະຍາສາດ ແລະ ການຂໍ ISSN”  ໂດຍ  ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ . ຫລັງຈາກນັ້ນ,  ທີມງານເວັບ...

ຄະນະກະເສດສາດ ກະກຽມຝຶກອົບຮົມການສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ

Image
  ວຽງຈັນ, ວັນທີ 7 ສິງຫາ 2025  – ໃນຄວາມພະຍາຍາມເພື່ອຍົກລະດັບຄຸນນະພາບ ແລະ ການເຂົ້າເຖິງການຄົ້ນຄວ້າວິທະຍາສາດດ້ານກະເສດສາດ, ຄະນະກະເສດສາດ (ຄກສ), ມະຫາວິທະຍາໄລແຫ່ງຊາດ, ຈະຈັດກອງປະຊຸມຝຶກອົບຮົມວິຊາການພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ ແລະ ການສ້າງ E-Journal ໃນວັນທີ 8 ສິງຫາ 2025 ໂດຍການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ) ຢູ່ມະຫາວິທະຍາໄລແຫ່ງຊາດ. ການຝຶກອົບຮົມຄັ້ງນີ້ຈະສຸມໃສ່ການສ້າງຂີດຄວາມສາມາດທີ່ຈຳເປັນໃນການເປີດໂຕ ແລະ ບໍລິຫານຈັດການວາລະສານວິຊາການສະບັບໃໝ່,  “ວາລະສານວິທະຍາສາດກະສິກໍາ, ເຕັກໂນໂລຊີ ແລະ ການພັດທະນາ (໋Journal of Agricultural Sciencs, Technology and Development- JASTD)” . ຈຸດປະສົງສຳຄັນຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ວາລະສານດັ່ງກ່າວ ດຳເນີນງານຕາມມາດຕະຖານການຕີພິມລະດັບ ມຊ ແລະ ລະດັບສາກົນຢ່າງເຂັ້ມງວດ. ເນື້ອໃນການຝຶກອົບຮົມຈະກວມເອົາການນຳໃຊ້ ແລະ ການຈັດການລະບົບທີ່ຈຳເປັນ, ລວມທັງການນຳໃຊ້ແພລັດຟອມ  Open Journal Systems (OJS)  ເຊິ່ງເປັນມາດຕະຖານທີ່ວົງການວິຊາການທົ່ວໂລກໃຫ້ການຍອມຮັບ. ຍິ່ງໄປກວ່ານັ້ນ, ຍັງເປັນການກະກຽມຄວາມພ້ອມໃຫ້ແກ່ຄະນະເຮັດວຽກໃນຂະບວນການຂໍຂຶ້ນທະບຽນ  ISSN...

ຄະນະສຶກສາສາດ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ (Print and E-Journal)

Image
 ໃນວັນທີ 6 ສິງຫາ 2025, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການຝຶກອົບຮົມພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ (Print and E-Journal) ໂດຍການເປັນປະທານຮ່ວມຂອງທ່ານ ອຈ ປອ ນາງ ກອງສີ ຈຸນລະມະນີ ຮັກສາການ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຊອ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ວັນນະສຸກ ບົວສັງທອງ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຄະນະສຶກສາສາດ ພ້ອມດ້ວຍອາຈານ, ພະນັກງານ ແລະ ວິຊາການ ທີ່ກ່ຽວຂ້ອງກັບວຽກງານວາລະສານວິທະຍາສາດ ຈໍານວນ 11 ທ່ານ ຍິງ 3 ທ່ານ.  ໂດຍ ຕະຫຼອດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ໄດ້ລົງມືປະຕິບັດຕົວກ່ຽວກັບວຽກງານວາລະສານຫຼາຍຢ່າງ, ເຊິ່ງພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້  “ການບໍລິຫານວາລະສານວິທະຍາສາດ ທັງສະບັບ P ແລະ E”  ໂດຍ  ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ . ຫລັງຈາກນັ້ນ,  ທີມງານເວັບໄຊວາລະສານວິທະຍາສາດ ໄດ້ນຳພາພາກປະຕິບັດຕົວຈິງ, ເຊິ່ງກວມເອົາ  “ເຕັກນິກການຕິດຕັ້ງເວັບໄຊ”  ໃນພາກເຊົ້າ ແລະ  “ການຈັດການລະບົບວາລະສານອອນລາຍ” ...