ຄະນະສຶກສາສາດ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ (Print and E-Journal)

 ໃນວັນທີ 6 ສິງຫາ 2025, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການຝຶກອົບຮົມພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ (Print and E-Journal) ໂດຍການເປັນປະທານຮ່ວມຂອງທ່ານ ອຈ ປອ ນາງ ກອງສີ ຈຸນລະມະນີ ຮັກສາການ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຊອ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ວັນນະສຸກ ບົວສັງທອງ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຄະນະສຶກສາສາດ ພ້ອມດ້ວຍອາຈານ, ພະນັກງານ ແລະ ວິຊາການ ທີ່ກ່ຽວຂ້ອງກັບວຽກງານວາລະສານວິທະຍາສາດ ຈໍານວນ 11 ທ່ານ ຍິງ 3 ທ່ານ. ໂດຍຕະຫຼອດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ໄດ້ລົງມືປະຕິບັດຕົວກ່ຽວກັບວຽກງານວາລະສານຫຼາຍຢ່າງ, ເຊິ່ງພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້ “ການບໍລິຫານວາລະສານວິທະຍາສາດ ທັງສະບັບ P ແລະ E” ໂດຍ ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ. ຫລັງຈາກນັ້ນ, ທີມງານເວັບໄຊວາລະສານວິທະຍາສາດໄດ້ນຳພາພາກປະຕິບັດຕົວຈິງ, ເຊິ່ງກວມເອົາ “ເຕັກນິກການຕິດຕັ້ງເວັບໄຊ” ໃນພາກເຊົ້າ ແລະ “ການຈັດການລະບົບວາລະສານອອນລາຍ” ຢ່າງເຕັມຮູບແບບໃນພາກບ່າຍ, ເຊິ່ງຜ່ານການຝຶກອົບຮົມແມ່ນສຳເລັດລຸລ່ວງໄປດ້ວຍດີ ແລະ ສາມາດສ້າງຄວາມຮູ້, ຄວາມສາມາດດ້ານການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ ໃຫ້ແກ່ບຸກຄະລາກອນທາງຄະນະວິທະຍາສາດສິ່ງແວດລ້ອມ ໄດ້ດີສົມຄວນ.

ພາບບັນຍາກາດການຝຶກອົບຮົມ






Popular posts from this blog

NUOL and KMUTT Leadership Meet to Renew Academic Cooperation

ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’

Lao Language and Culture Department hosted a workshop on Website Journal Design and Content Development for Journal Website System Management and Public Accessibility