ຄະນະ ກະເສດສາດ, ມຊ ສໍາເລັດການຝຶກອົບຮົມານສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ, ການຂໍໃຫ້ ISSN
ການຝຶກອົບຮົມານສ້າງ E-Journal ເພື່ອກ້າວເຂົ້າສູ່ຖານ NUOL CI ແລະ ກ້າວສູ່ສາກົນ, ການຂໍໃຫ້ ISSN
ຄັ້ງວັນທີ 8.8.2025
ທີ່ ມະຫາວິທະຍາໄລແຫ່ງຊາດ
ໃນວັນທີ 8 ສິງຫາ 2025 – ຄະນະກະເສດສາດ (ຄກສ), ມະຫາວິທະຍາໄລແຫ່ງຊາດ ໄດ້ມີ ການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ), ໄດ້ຈັດຝຶກອົບຮົມດ້ານວິຊາການໃນຫົວຂໍ້ “ການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ (E-Journal), ການຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ການເຂົ້າຮ່ວມຂອງນັກສໍາມະນາກອນຈາກ ຄະນະກະເສດສາດ ທີ່ຮັບຜິດຊອບວຽກງານວາລະສານວິທະຍາສາດຂອງຄະນະກະເສດສາດ ໂດຍກົງ, ນໍາພາໂດຍ ຮສ ປອ ວຽງສະກຸນ ນາປະເສີດ ຮອງພາກວິຊາລ້ຽງສັດ ແລະ ການປະ ມົງ, ຮສ ປອ ມາລາວັນ ຈິດຕະວົງ ຫົວໜ້າພະແນກຫຼັງ ປ.ຕີ ພ້ອມດ້ວຍວິຊາການຂອງຄະນະກະເສດສາດ, ລວມທັງໝົດ 9 ທ່ານ, ຍິງ 3 ທ່ານ, ໂດຍຕະຫຼອດເວລາການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ທັງພາກທິດ ສະດີ ແລະ ໄດ້ລົງມືປະຕິບັດຕົວຈິງຢ່າງເຂັ້ມຂຸ້ນ. ພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້ “ການບໍລິຫານວາລະສານວິທະຍາສາດ ແລະ ການຂໍ ISSN” ໂດຍ ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ. ຫລັງຈາກນັ້ນ, ທີມງານເວັບໄຊວາລະສານ ຈາກ ສສວສ ໄດ້ນຳພາພາກປະຕິບັດຕົວຈິງ ເຊັ່ນ: ເຕັກນິກການຕິດຕັ້ງເວັບໄຊ ໃນພາກເຊົ້າ ແລະ ການຈັດການລະບົບວາລະສານອອນລາຍ ໃນພາກບ່າຍ, ເຊິ່ງຜ່ານການຝຶກອົບຮົມເຫັນວ່າ ນັກສໍາມະນາກອນສາມາດຮັບຮູ້, ຄວາມສາມາດດ້ານການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍໃຫ້ແກ່ບຸກຄະລາກອນທາງຄະນະກະເສດສາດໄດ້ດີສົມຄວນ.
ພາບການຝຶກອົບຮົມ
ຖ່າຍພາບໂດຍ: ປທ ນ ນິດຕະກອນ ສຸລິນທອນ
ວິຊາການ ພະແນກຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ