ຄະນະນິຕິສາດ ແລະ ລັດຖະສາດ ຈັດຝືກອົບຮົມກ່ຽວກັບການ ສົ່ງບົດຄວາມຕີພີມໃນວາລະສານ ຄນລ ຫຼື Law Journal (LJ)

 

          ໃນວັນທີ 12-14 ສິງຫາ 2025  ຄະນະນິຕິສາດ ແລະ ລັດຖະສາດ ໄດ້ມີການຈັດຝືກອົບຮົມກ່ຽວກັບການ ສົ່ງບົດຄວາມຕີພີມໃນວາລະສານ ຄນລ ຫຼື Law Journal (LJ) ໂດຍມີຈຸດປະສົງເພື່ອຝືກອົບຮົມກ່ຽວກັບການວິທີການສົ່ງບົດຄວາມຕີພີມໃນວາລະສານ ໃນ LJ ໂດຍໃນການຝຶກອົບຮົມດັ່ງກ່າວ ທາງ ຄນລ ໄດ້ມີການເຊື້ອເຊີນຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດ ຈໍານວນ 3 ທ່ານ ຄື ທ່ານ ຊອ ປທ ແກ້ວຜູ້ທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ ພ້ອມທີມງານຄື ທ່ານ ອຈ ປອ ໄຄສີ ສຣິທທິລາດ ຈາກ ຄສບ ແລະ ທ່ານ ປທ ນິລັນກຸນ ສິງປຣະເສີດ ຈາກສູນໄອທີ ມຊ, ການຝືກອົບຮົມແມ່ນເພື່ອສົ່ງເສີມໃຫ້ອາຈານພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ເຂົ້າໃຈ ແລະ ຮັບຊາບວິທີການສົ່ງບົດຄວາມຕີພີມວາລະສານວິທະຍາສາດໃນລະບົບ E-Journal ເພື່ອເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດຂອງຕົນ ແລະ ເປັນຂໍ້ມູນໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ອາຈານ ທັງພາຍໃນຄະນະ ແລະ ນອກຄະນະ ລວມເຖິງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນເລື່ອງທີ່ກ່ຽວຂ້ອງກັບວິທະຍາສາດກົດໝາຍ ໂດຍໃນພິທິການດັ່ງກ່າວແມ່ນໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມຊ (ທ່ານ ອຈ ປທ ນາງ ທັດສະນາລອນ ສີສຸນົນ) ພ້ອມດ້ວຍອາຈານພາຍໃນ ຄນລ ຈໍານວນ 30 ທ່ານ ຍິງ 17 ທ່ານ, ເຊິ່ງຜ່ານການຝຶກອົບຮົມກໍເຫັນວ່າ ອາຈານພາຍໃນ ຄນລ ແມ່ນສາມາດຈັດຕັ້ງປະຕິບັດການສົ່ງບົດຄວາມຕີພີມໃນລະບົບອອນລາຍໄດ້ ຫຼື E-Journal  ແລະ ມີຄວາມເຂົ້າໃຈວຽກງານໄດ້ຫ໌າຍຂຶ້ນ.

 ຮູບພາບການຝືກອົບຮົມ



Popular posts from this blog

NUOL and KMUTT Leadership Meet to Renew Academic Cooperation

Lao Language and Culture Department hosted a workshop on Website Journal Design and Content Development for Journal Website System Management and Public Accessibility

ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’