ສຳເລັດດ້ວຍຜົນດີ! ຄະນະວິທະຍາສາດສິ່ງແວດລ້ອມ ຈັດຝຶກອົບຮົມ E-Journal, ພ້ອມເດິນໜ້າບໍລິຫານວາລະສານ “LJED” ສູ່ມາດຕະຖານສາກົນ
ໃນວັນທີ 31 ກໍລະກົດ 2025 – ຄະນະວິທະຍາສາດສິ່ງແວດລ້ອມ (ຄວສ), ມະຫາວິທະຍາໄລແຫ່ງຊາດ ໄດ້ມີ ການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ), ໄດ້ຈັດຝຶກອົບຮົມດ້ານວິຊາການໃນຫົວຂໍ້ “ການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ (E-Journal), ການຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ເປັນປະທານຂອງທ່ານ ອຈ.ປທ.ນາງ ອໍາໄພ ດາລາສຸກ ຮອງຄະນະບໍດີ ຊີ້ນຳວິຊາການ ແລະ ທ່ານ ຊອ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ອຈ ແບ້ ເພຍໄຊ ຮອງຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ມຊ ພ້ອມດ້ວຍ ຫົວໜ້າພະແນກ, ຫົວໜ້າພາກວິຊາ, ພະນັກງານວິຊາການດ້ານວິຊາການກ່ຽວກັບວາລະສານວິທະຍາສາດໂດຍກົງ ລວມ 15 ທ່ານ, ຍິງ 6 ທ່ານ, ໂດຍຕະຫຼອດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ທັງພາກທິດສະດີ ແລະ ໄດ້ລົງມືປະຕິບັດຕົວຈິງຢ່າງເຂັ້ມຂຸ້ນ. ພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້ “ການບໍລິຫານວາລະສານ” ໂດຍ ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ. ຫລັງຈາກນັ້ນ, ທີມງານເວັບໄຊວາລະສານ ຈາກ ສສວສ ໄດ້ນຳພາພາກປະຕິບັດຕົວຈິງ, ເຊິ່ງກວມເອົາ “ເຕັກນິກການຕິດຕັ້ງເວັບໄຊ” ໃນພາກເຊົ້າ ແລະ “ການຈັດການລະບົບວາລະສານອອນລາຍ” ຢ່າງເຕັມຮູບແບບໃນພາກບ່າຍ, ເຊິ່ງຜ່ານການຝຶກອົບຮົມແມ່ນເຫັນວ່າ ສຳເລັດລຸລ່ວງໄປດ້ວຍດີ ແລະ ສາມາດສ້າງຄວາມຮູ້, ຄວາມສາມາດດ້ານການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ ໃຫ້ແກ່ບຸກຄະລາກອນທາງຄະນະວິທະຍາສາດສິ່ງແວດລ້ອມ ໄດ້ດີສົມຄວນ.
ພາບບັນຍາການ: ການຝຶກອົບຮົມ
ບັນຍາກາດຂອງຜູ້ເຂົ້າຮ່ວມທີ່ກຳລັງຕັ້ງໃຈຮຽນຮູ້ພາກປະຕິບັດ ໂດຍການແນະນຳຈາກທີມງານວິທະຍາກອນ
ທຸກທ່ານສາມາດເຂົ້າຊົມໂຄງຮ່າງຂອງເວທີວາລະສານດັ່ງກ່າວໄດ້ທີ່:
ຂັ້ນຕອນຕໍ່ໄປ: ສຸມໃສ່ການຂຶ້ນທະບຽນ ແລະ ການສ້າງເນື້ອຫາ
ເພື່ອເດີນໜ້າສູ່ການເປີດໂຕວາລະສານຢ່າງເປັນທາງການ, ຄະນະຮັບຜິດຊອບຈະໄດ້ຈັດກອງປະຊຸມເພື່ອວາງແຜນໃນ 2 ເປົ້າໝາຍຫຼັກຄື:
ການດຳເນີນການຂໍຂຶ້ນທະບຽນ ISSN (International Standard Serial Number): ການໄດ້ຮັບໝາຍເລກ ISSN ເປັນຂັ້ນຕອນທີ່ຂາດບໍ່ໄດ້ ເພື່ອໃຫ້ວາລະສານ LJED ໄດ້ຮັບການຮັບຮອງຢ່າງເປັນທາງການໃນລະບົບສິ່ງພິມລະດັບສາກົນ, ເຊິ່ງຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ເຮັດໃຫ້ສາມາດອ້າງອີງໄດ້ງ່າຍ.
ການເລີ່ມຂະບວນການເກັບກຳບົດຄວາມ (Call for Papers): ຄະນະກຳມະການຈະເລີ່ມຕົ້ນຂະບວນການໃນການເຊີນຊວນ ແລະ ຄັດເລືອກບົດຄວາມວິໄຈທີ່ມີຄຸນນະພາບ ເພື່ອນຳເຂົ້າສູ່ລະບົບ ແລະ ກະກຽມການຕີພິມໃນສະບັບປະຖົມມະເລີກ (inaugural issue).
ທັງໝົດນີ້ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງວາລະສານທີ່ມີຄຸນນະພາບສູງ, ໂດຍມີຮູບແບບການດຳເນີນງານທີ່ໂປ່ງໃສ ແລະ ທັນສະໄໝ, ດັ່ງເຊັ່ນວາລະສານອື່ນໆທີ່ປະສົບຜົນສຳເລັດໃນລະບົບ Science Journals of Laos (SJNL) ເຊັ່ນ lj.sjnl.la. ຄະນະຮັບຜິດຊອບຈະສືບຕໍ່ລາຍງານຄວາມຄືບໜ້າໃຫ້ຊາບເປັນໄລຍະ.