ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’

“ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’
ວັນທີ 16 ມິຖຸນາ 2025 ເວລາ 17:30- 20:30 ນາທີ ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’ ຂຶ້ນເພື່ອໃຫ້ອຄວາມຮູ້ ແລະ ແນວທາງກ່ຽວກັບການຂຽນບົດຄວາມວິທະຍາສາດ ເພື່ອການຕີພິມໃນວາລະສານວິທະຍາສາດທັງພາຍໃນ ແລະ ສາກົນ. ພາຍໃນງານໄດ້ຮັບກຽດຈາກ ທ່ານ ສາດສະດາຈານ ປະລິນຍາເອກ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດກ່າວເປີດພິທີ ແລະ ບັນຍາຍພິເສດ ໃນຫົວຂໍ້: ບົດແນະນຳການຂຽນບົດຄວາມວິທະຍາສາດ”. ນອກຈາກນັ້ນ, ຍັງມີທີມງານຂອງສູນສົ່ງເສີມວາລະສານທີ່ບັນຍາຍດ້ານເຕັກນິກໃນການຂຽນບົດຄວາມວິທະຍາສາດຢ່າງເລິກເຊິ່ງທີ່ນໍາໂດຍ ທ່ານ ຊອ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການ CSJP ແລະ ໃນພີດັ່ງກ່າວແມ່ນມີອາຈານ ແລະ ນັກສຶກສາປະລິນຍາໂທ ຈາກ ສລຍ ລວມທັງໝົດ 30 ທ່ານ ຍິງ 14 ທ່ານ ແລະ ພາຍຫຼັງການຝືກອົບຮົມ ທາງສູນສົ່ງເສີມວາລະສານວິທະຍາສາດ ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຶກສາປະລິນຍາໂທທີ່ເຂົ້າຮ່ວມ, ເຊິ່ງໃນພິທີດັ່ງກ່າວແມ່ນໄດ້ເຮັດໃຫ້ນັກສຶກສາປະລິນຍາໂທໄດ້ຮັບຄວາມຮູ້ກ່ຽວກັບການຂຽນບົດຄວາມວິທະຍາສາດ ເພື່ອຕີພີມລົງໃນວາລະສານມທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນໜຶ່ງໃນເງື່ອນໄຂທີ່ສາມາດເຮັດໃຫ້ນັກສຶກສາຈົບການສຶກສາລະດັບປະລິນຍາໂທໄດ້.




                                                            
                                                



                                                                     

              



( ພາບບັນຍາກາດມອບຮັບໃບຢັ້ງຢືນ)













 

Popular posts from this blog

ຄະນະສຶກສາສາດ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້: ການບໍລິຫານວາລະສານວິທະຍາສາດ (Print and E-Journal)

ກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນກ່ຽວກັບຜົນກະທົບລາຄານໍ້າມັນ ແລະ ໄພເງິນເຟີໃນ ສປປ ລາວ