ກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນກ່ຽວກັບຜົນກະທົບລາຄານໍ້າມັນ ແລະ ໄພເງິນເຟີໃນ ສປປ ລາວ



ໃນຕອນເຊົ້າວັນທີ 17-18 ມິຖຸນາ 2025 ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ ແລະ ທີມງານໄດ້ເຂົ້າຮ່ວມກອງປະຊຸມ: ສໍາມະນາ ແລະ ແລກປ່ຽນບົດຮຽນໃນຫົວຂໍ້ຄົ້ນຄວ້າ: ສຶກສາຜົນກະທົບຂອງລາຄານໍ້າມັນເຊື້ອໄຟ ແລະ ອັດຕາແລກປ່ຽນຕໍ່ໄພເງິນເຟີໃນ ສປປ ລາວ ທີ່ໂຮງແຮງທະວີສຸກ ເມືອງວັງວຽງແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສຈ ປອ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ພ້ອມທັງເປັນຫົວໜ້າໂຄງ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ນາງ ຄໍາເມີງ ບັນນະລາດ ຮອງຫົວໜ້າກົມສະຖິຕິເສດຖະກິດ, ທ່ານ ຄໍາແກ້ວ ແສງອິນວົງ ຫົວໜ້າພະແນກຕິດຕາມ, ກວດກາ ແລະ ປະເມີນ, ຫ້ອງການສະພາວິທະຍາສາດ ແຫ່ງຊາດ ພ້ອມທັງເປັນຜູ້ຕາງໜ້າກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ນອກຈາກນີ້, ກໍຍັງມີຕາງໜ້າຈາກພາກສ່ວນຕ່າງໆຄື ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນການທະນາຄານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈໍານວນ 15 ທ່ານ ຍິງ 9 ທ່ານ ໂດຍກອງປະຊຸມດໍາດັ່ງກ່າວແມ່ນໄດ້ດໍາເນີນໄປຈົນເຖິງວັນທີ 18 ມິຖຸນາ 2025.













Popular posts from this blog

NUOL and KMUTT Leadership Meet to Renew Academic Cooperation

ສູນສົ່ງເສີມວາລະສານວິທະຍາສາດ (CSJP), ຫຄບ, ມຊ ຮ່ວມກັບ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດງານສຳມະນາໃນຫົວຂໍ້ ‘’Journal Publication Training‘’

Lao Language and Culture Department hosted a workshop on Website Journal Design and Content Development for Journal Website System Management and Public Accessibility