Posts

Showing posts from March, 2026

ຄະນະສິ່ງແວດລ້ອມ ຈັດຊຸດຝຶກອົບຮົມຍົກລະດັບທັກສະການຂຽນບົດຄວາມວິທະຍາສາດ ແລະ ຈັນຍາບັນການຄົ້ນຄວ້າ ໃຫ້ນັກສຶກສາຫຼັງປະລິນຍາຕີ

Image
  ຄະນະສິ່ງແວດລ້ອມ ຈັດຊຸດຝຶກອົບຮົມຍົກລະດັບທັກສະການຂຽນບົດຄວາມວິທະຍາສາດ ແລະ ຈັນຍາບັນການຄົ້ນຄວ້າ ໃຫ້ນັກສຶກສາຫຼັງປະລິນຍາຕີ           ໃນວັນເສົາ, ວັນທີ 14 ມີນາ 2026, ທີ່ຄະນະສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມຝຶກອົບຮົມວິຊາການພິເສດ ໃນຫົວຂໍ້: "ການຕີພິມບົດຄວາມວາລະສານ, ຈັນຍາບັນການຄົ້ນຄວ້າວິທະຍາສາດ ແລະ ການເຜີຍແຜ່" .      ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມທັກສະໃຫ້ແກ່ນັກສຶກສາລະດັບ ປະລິນຍາເອກ ແລະ ປະລິນຍາໂທ ຂອງຄະນະສິ່ງແວດລ້ອມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂັ້ນຕອນການຮຽບຮຽງບົດຄວາມວິທະຍາສາດໃຫ້ໄດ້ມາດຕະຖານສາກົນ, ເຕັກນິກການຄັດເລືອກວາລະສານເພື່ອຕີພິມ, ລວມໄປເຖິງການປູກຝັງຈັນຍາບັນໃນການຄົ້ນຄວ້າ ເພື່ອສ້າງສັນຜົນງານວິຊາການທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຫຼັກການ.      ໃຫ້ກຽດຂຶ້ນເປັນວິທະຍາກອນບັນຍາຍໂດຍ: ທ່ານ ແກ້ວພູທອນ ຫາທາລົງ , ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງທ່ານໄດ້ນຳເອົາຄວາມຮູ້ ແລະ ປະສົບການຕົວຈິງມາມອບໃຫ້ແກ່ນັກສຶກສາ ບໍ່ວ່າຈະເປັນ: ລະບົບການຈັດການວາລະສານ ແລະ ການ...