ສຳເລັດດ້ວຍຜົນດີ! ຄະນະວິທະຍາສາດສິ່ງແວດລ້ອມ ຈັດຝຶກອົບຮົມ E-Journal, ພ້ອມເດິນໜ້າບໍລິຫານວາລະສານ “LJED” ສູ່ມາດຕະຖານສາກົນ
ໃນວັນທີ 31 ກໍລະກົດ 2025 – ຄະນະວິທະຍາສາດສິ່ງແວດລ້ອມ (ຄວສ), ມະຫາວິທະຍາໄລແຫ່ງຊາດ ໄດ້ມີ ການຮ່ວມມືກັບສູນສົ່ງເສີມວາລະສານວິທະຍາສາດ (ສສວສ), ໄດ້ຈັດຝຶກອົບຮົມດ້ານວິຊາການໃນຫົວຂໍ້ “ການບໍລິຫານ ແລະ ການຈັດການລະບົບວາລະສານອອນລາຍ (E-Journal), ການຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ເປັນປະທານຂອງທ່ານ ອຈ.ປທ.ນາງ ອໍາໄພ ດາລາສຸກ ຮອງຄະນະບໍດີ ຊີ້ນຳວິຊາການ ແລະ ທ່ານ ຊອ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ, ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ອຈ ແບ້ ເພຍໄຊ ຮອງຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ມຊ ພ້ອມດ້ວຍ ຫົວໜ້າພະແນກ, ຫົວໜ້າພາກວິຊາ, ພະນັກງານວິຊາການດ້ານວິຊາການກ່ຽວກັບວາລະສານວິທະຍາສາດໂດຍກົງ ລວມ 15 ທ່ານ , ຍິງ 6 ທ່ານ, ໂດຍ ຕະຫຼອດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ທັງພາກທິດສະດີ ແລະ ໄດ້ລົງມືປະຕິບັດຕົວຈິງຢ່າງເຂັ້ມຂຸ້ນ. ພາກການບັນຍາຍໄດ້ເລີ່ມຕົ້ນດ້ວຍຫົວຂໍ້ “ການບໍລິຫານວາລະສານ” ໂດຍ ທ່ານ ປະລິນຍາໂທ ແກ້ວພູທອນ ຫາທາລົງ, ຜູ້ອຳນວຍການສູນສົ່ງເສີມວາລະສານວິທະຍາສາດ . ຫລັງຈາກນັ້ນ, ທີມງານເວັບໄຊວາລະສານ ຈາກ ສສວສ ໄດ້ນຳພາພາກປະຕິບັດຕົວຈິງ, ເຊິ່ງກວມເອົາ “ເຕັກນິກການຕິດຕັ້ງເວັບໄຊ” ...